ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດວິສາຫະກິດນໍ້າເຊື້ອໄຟວຽງຈັນ ເຂົ້າອວຍພອນ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ


   ໃນວັນທີ 11 ເມສາ 2023 ນີ້, ສະຫາຍພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນກອງທັບພ້ອມ ດ້ວຍຄະນະ, ໄດ້ນໍາເອົາ ກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະ ເທດ , ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566 - ຄ.ສ 2023 ທີ່ໃກ້ຈະມາເຖິງໃນໝໍ່ໆນີ້ ໃຫ້ເຕັມໄປ​ດ້ວຍຄວາມ
ໝາຍສໍາຄັນອັນເລິກເຊິ່ງ ແລະ ມີດ້ວຍບັນຍາກາດເບີກບານມ່ວນຊື່ນໃນທົ່ວປວງຊົນລາວທັງຊາດ.

ແຫຼ່ງທີ່ມາ:ຄໍາປະສົງ ລາດຊະວົງ
ວັນທີ 19/04/2023